วันศุกร์ที่ 30 พฤศจิกายน พ.ศ. 2550

นิทานพื้นบ้านของลาว:เชียงเมี่ยงกินยาพิษ

เชียงเมี่ยงกินยาเบื่อของเจ้าพระยา

        เจ้าพระยา ทวาราวดีคิดเครียดเเค้นให้เชียงเมี่ยงไม่เลิก ไม่รู้จะทำยังไงเพื่อเอาชนะ เชียงเมี่ยงให้ได้ เจ้าพระยาคิดว่ามีอยู่วิธีเดียวที่จะเอาชนะเชียงเมี่ยง ได้คือต้องให้เชียงเมี่ยงตายไปจากโลกนี้จะได้จบๆเรื่องไป เมื่อเจ้าพระยา คิดได้เเบบนั้นจึงสั่งให้นางสนมห่อข้าวต้มเเละเอายาเบื่อใส่เข้าไปในข้าว ต้มด้วยเเละสั่งให้นางสนมกำเรื่องนี้เป็นความลับเเต่ว่าความลับไม่มีใน โลกเรื่องดังกล่าวจึงไปถึงหูเชียงเมี่ยงจนได้ หลังจากนางสนมห่อ ข้าวต้มผสมยาเบื่อเสร็จจึงนำไปต้มให้สุกหลังจากนั้นเจ้าพระยาจึงสั่งนาง สนมให้นำข้าวต้มผสมยาเบื่อนี้ไปให้เชียงเมี่ยงๆจึงรับข้าวต้มเอาไว้โดยไม่ ได้เเสดงความวิตกกังวลออกมาเลยสักนิดทั้งๆที่รู้ข้าวต้มนั้นผสมยา เบื่อ เมื่อนางสนมกลับไปเเล้วเชียงเมี่ยงรู้ดีว่าตัวเองต้องตายจึงเรียก เมียมาหาเเล้วบอกเรื่องทั้งหมดให้เมียฟังว่า"ถ้าอ้ายกินข้าวต้มนี้อ้ายต้อง ตายเมื่ออ้ายตายเเล้วน้องบ่ต้องร้องไห้เป็นเด็ดขาด  ถ้าได้ยินเสียงเมีย เจ้าพระยาร้องไห้เจ้าถึงจะร้องไห้ได้"เชียงเมี่ยงบอกเมียเติมว่า"หลังจาก อ้ายตายให้น้องเอาอ้ายไปนอนที่เตียงเเละเอาผ้ามาห่มเเละให้เอาขาไขว่ ห้างกันไว้ เอาหนังสือมาให้อ้ายถือไว้ทำให้เหมือนกับว่าอ้ายกำลังนอน อ่านหนังสืออยู่"พอสั่งเมียเรียบร้อยเชียงเมี่ยงจึงเเกะห่อข้าวต้มออกมากิน พอยาเบื่อออกฤทธิ์เชียงเมี่ยงก็สิ้นใจทันที ฝ่ายเมียก็ทำตามที่เชียง เมี่ยงบอกทุกอย่างเเละก็อยู่อย่างสบายไม่ได้เเสดงอาการเศร้าโศกออกมา  ส่วนเจ้าพระยาหลังจากนางสนมกับจากบ้านเชียงเมี่ยงเจ้าพระยาก็ นั่งรอเหตุการณ์ที่จะเกิดขึ้นคิดว่าจะได้ยินเสียงเมียเชียงเมี่ยงร้องไห้ก็ไม่ ได้ยินเสียงร้องไห้ออกมาจากเมียของเชียงเมี่ยง เจ้าพระยาจึงเกิด ความสงสัยว่าทำไมเชียงเมี่ยงจึงไม่เป็นอะไรเพื่อความเเน่ใจจึงได้ใช้ให้ นางสนมไปดูสถานการณ์ที่บ้านของเชียงเมี่ยง พอนางสนมไปถึง บ้านเชียงเมี่ยงก็ไม่เห็นมีอะไรผิดปกติโดยเฉพาะเมียเชียงเมี่ยงก็ทำงาน บ้านตามปกติพวกสาวสนมจึงมองไปที่เตียงนอนของเชียงเมี่ยงก็เห็นเชียง เมี่ยงนอนอ่านหนังสืออยู่ สาวสนมจึงรีบกลับไปบอกเจ้าพระยาเพื่อ กราบทูลให้เจ้าพระยารู้ พอนางสนมกลับถึงวังหลวงเจ้าพระยาจึงซักถาม ด้วยความสนใจว่าทางโน้นมีอะไรเกิดขึ้นบ่?เเล้วบักเชียงเมี่ยงมันตายบ่? สาวสนมตอบไปว่า"จ้างมันก็บ่ตายหรอก มันยังนอนอ่านหนังสือสบายใจ อยู่" คำตอบของสาวสนมทำให้เจ้าพระยาเกิดมีความสงสัยว่าทำไมเชียง เมี่ยงจึงไม่ตาย เจ้าพระยาจึงบ่นกับนางสนมไปว่า"ยาเบื่อนั่นมันไม่มีพิษ เสียเหลือเกิน กินไปก็บ่ตาย  ลองเอามาให้กูกินดูสิจะดูว่าทำไมมันบ่ มีพิษเลยสักนิด" ว่าเเล้วเจ้าพระเจ้าก็กินข้าวต้มผสมยาเบื่อในทันทีเเละอีก ไม่กี่อึดใจเจ้าพระยาก็ขาดใจในทันที พอเมียของเจ้าพระยาพร้อม ทั้งนางสนมเห็นว่าเจ้าพระยาตายเเล้วจึงพากันร้องห่มร้องไห้เป็นการใหญ่ เมื่อเมียเชียงเมี่ยงได้ยินเสียงเมียของเจ้าพระยาร้องไห้จากวังหลวงจึงค่อย เริ่มร้องไห้ให้เเก่เชียงเมี่ยงผู้เป็นผัว.......จบ
เวอร์ชั่นภาษาลาว
ຊຽງໝ້ຽງກິນງ້ວນພະຍາ. ( ງ້ວນອາດຈະໝາຍເຖິງຢ່າເບື່ອ )
ພະຍາທະວາລາວະດີ ຄິດຄຽດໃຫ້ຊຽງໝ້ຽງບໍ່ຮູ້ເລີກ ບໍ່ຮູ້ແລ້ວ ເພາະເຮັດແນວໃດກໍບໍ່ຊະນະໄດ້ ແລະ ກໍບໍ່ສົມດັ່ງຄວາມຕັ້ງໃຈຈັກເທື່ອ. ພະຍາທະວາລາວະດີ ຄຶດວ່າ ວິທີນີ້ ແມ່ນວິທີສຸດທ້າຍຄື: ຕ້ອງໃຫ້ ຊຽງໝ້ຽງມັນຕາຍໄປ ຈິ່ງຈະແລ້ວກັນ. ເມື່ອພະຍາຄຶດໄດ້ແນວນັ້ນແລ້ວ,ຈື່ງສັ່ງໃຫ້ນາງສະໜົມ ຫໍ່ເຂົ້າຕົ້ມ ທັງກຳຊັບເປັນຄວາມລັບກັບ ສາວສະໜົມວ່າ ໃຫ້ເອົາງ້ວນໃສ່ນຳແລ້ວ ຈິ່ງເອົາເຂົ້າຕົ້ມໃສ່ ໄປໃຫ້ຊຽງໝ້ຽງກິນ, ແຕ່ວ່າເລື່ອງນີ້ ໃຫ້ທຸກຄົນຖືເປັນຄວາມລັບຢ່າໃຫ້ຊຽງໝ້ຽງມັນຮູ້ ເປັນເດັດຂາດ; ແຕ່ວ່າຄວາມລັບບໍ່ມີໃນໂລກ ເລື່ອງດັ່ງກ່າວຈິ່ງຜິວຊອດໄປເຖິງຫູຊຽງໝ້ຽງຈົນໄດ້. ພາຍຫລັງທີ່ນາງສະໜົມຫໍ່ເຂົ້າຕົ້ມໃສ່ງ້ວນ ແລະ ຕົ້ມສຸກແລ້ວ ພະຍາ ກໍສັ່ງໃຫ້ສາວສະໜົມນຳ ເອົາເຂົ້າຕົ້ມໃສ່ງ້ວນ ໃຫ້ຊຽງໝ້ຽງ ຕາມຄຳພະຍາສັ່ງ ທັງເວົ້າວ່າ ເຂົ້າຕົ້ມນີ້ ພະຍາໃຊ້ຕູ ເອົາໃຫ້ຊຽງໝ້ຽງ ກິນ, ຊຽງໝ້ຽງ ຈິ່ງຮັບເອົາເຂົ້າຕົ້ມ ຈາກສາວສະໜົມຢ່າງວ່າງ່າຍທັ່ງໆທີ່ຮູ້ວ່າ ມີງ້ວນຢູ່ໃນຫໍ່ເຂົ້າຕົ້ມ,ຊຽງ ໝ້ຽງກໍບໍ່ໄດ້ສະແດງທ່າຕົກອົກຕົກໃຈແນວໃດ ຕໍ່ໜ້າສາວສະໜົມນັ້ນເລີຍ. ເມື່ອສາວສະໜົມກັບໄປແລ້ວ, ຊຽງໝ້ຽງຮູ້ດີວ່າ ຕົນເອງຕ້ອງຕາຍຈິ່ງເອີ້ນເມຍມາຫາ ແລ້ວເວົ້າວ່າ ຖ້າອ້າຍກິນເຂົ້າຕົ້ມນີ້ແລ້ວອ້າຍຈະຕ້ອງຕາຍ, ເມື່ອອ້າຍຕາຍແລ້ວ ນ້ອງບໍ່ຕ້ອງຮ້ອງໄຫ້ ເປັນເດັດຂາດ, ຖ້າໄດ້ຍິນເມຍພະຍາໄຫ້ ນ້ອງຈິ່ງຄ່ອຍໄຫ້ ຈື່ໄວ້ເດີ. ຊຽງໝ້ຽງບອກເມຍຕື່ມວ່າ: ຫລັງຈາກອ້າຍຕາຍແລ້ວ ໃຫ້ນ້ອງເອົາອ້າຍນອນໄວ້ເທິງຕຽງ ເອົາຜ້າຫົ່ມໆໃຫ້ ແລະ ໃຫ້ເອົາຂາ ໄຂວ່ຫ້າງໄວ້ ເອົາໜັ່ງຊື່ມາໃຫ້ອ້າຍ ຖືໄວ້ ຄືກັບພວມນອນອ່ານໜັ່ງສື, ແລ້ວຊອກເອົາແມງຜູ່ ມາຂັງໃສ່ບັ້ງໄວ້ກ້ອງຕຽງ ຊື່ຫົວບ່ອນຂອງອ້າຍ. ຫລັງຈາກນັ້ນຊຽງໝ້ຽງ ສັ່ງເມຍເປັນທີ່ຮຽບຮ້ອຍແລ້ວກໍຈິ່ງໄຂຫໍ່ເຂົ້າຕົ້ມອອກມາກິນ, ພໍແຕ່ພິດງ້ວນ ຕົກລົງຮອດທ້ອງ ຊຽງໝ້ຽງກໍສິ້ນໃຈຕາຍທັນທີ, ຝ່າຍຜູ້ເປັນເມຍກໍໄດ້ປະຕິບັດ ຕາມຄຳບອກຂອງຊຽງໝ້ຽງ ທຸກຢ່າງ ແລະ ກໍຢູ່ຢ່າງສະບາຍບໍ່ສະແດງຄວາມໂສກເສົ້າຫງວມເຫງົາ ແນວໃດໝົດ. ສ່ວນພະຍາທະວາ ລາວະດີນັ້ນ, ຫລັງຈາກສາວສະໜົມ ກັບຈາກເອົາເຂົ້າຕົ້ມໃສ່ງ້ວນໄປໃຫ້ ຊຽງໝ້ຽງກິນແລ້ວ ພະອົງກໍນັ່ງ ລໍຟັງເຫດການທີ່ຈະເກີດຂື້ນ, ແຕ່ຟັງວ່າຈະໄດ້ຍິນສຽງຮ້ອງໄຫ້ ຂອງເມຍຊຽງໝ້ຽງ ກໍຊ້ຳພັດມິດຊ້ອຍ ມ້ອຍຢູ່,ພະຍາຈິ່ງເກີດມີຄວາມສົ່ງໃສ່ໃນໃຈຫລາຍຢ່າງ ຫລືວ່າງ້ວນນີ້ ບໍ່ມີພິດຊັ້ນບໍ, ເພື່ອຄວາມແນ່ໃຈ ພະຍາຈິ່ງໃຊ້ ໃຫ້ສາວສະໜົມ ໄປຈອບເບິ່ງ ວ່າເປັນແນວໃດກັນແທ້. ເມື່ອພວກສາວສະໜົມພາກັນໄປເຖິງເຮືອນຊຽງໝ້ຽງກໍບໍ່ເຫັນຫຍັງຜິດປົກກະຕິ,ໂດຍສະເພາະ ເມຍ ຊຽງໝ້ຽງກໍເຮັດວຽກເຮືອນການຊານຢູ່ສະບາຍ, ພວກສາວສະໝົມ ພາກັນສ່ອງຂື້ນໄປ ໃນບ່ອນນອນ ກໍ ເຫັນຊຽງໝ້ຽງນອນອ່ານໜັງສືເສີຍຢູ່, ( ຄວາມຈິງແລ້ວສຽງທີ່ສາວສະໜົມໄດ້ຍິນນັ້ນ ແມ່ນສຽງແມງຜູ່ ຢູ່ ໃນບັ້ງໄມ້ ) ສາວສະໜົມຈິ່ງຟ້າວພາກັນ ກັບຄືນເມືອໂຮງຫລວງ ເພື່ອຂາບທູນໃຫ້ພະຍາຮູ້. ເມື່ອສາວສະໜົມກັບເມືອຮອດບ້ານ, ພະຍາຈິ່ງຟ້າວໄຕ່ຖາມດ້ວຍຄວາມສົນອົກ ສົນໃຈວ່າ ເປັນ ແນວໃດ ບັກຊຽງໝ້ຽງ ມັນຕາຍບໍ ? ສາວສະໜົມຕອບວ່າ: ຈ້າງມັນກໍບໍ່ຕາຍດອກ ນອນອ່ານໜັສື ສະ ບາຍ. ຈາກຄຳຕອບຂອງສາວສະໜົມ ເຮັດໃຫ້ພະຍາ ເກີດມີແນວຄິດສົງໃສ ຈິ່ງເວົ້ານຳສາວສະໜົມວ່າ ງ້ວນນີ້ບໍ່ມີພິດເສຍແລ້ວ ກິນໄດ້ກໍບໍ່ຕາຍ....ເອົາໃຫ້ກູກິນລອງເບິ່ງດຸ ມັນເປັນແນວໃດ ຄືບໍ່ມີພິດມີໄພຫຍັງ ຈັກດີ້ ! ພໍແຕ່ພະຍາກືນເຂົ້າຕົ້ມ ປະສົມງ້ວນ ລົງໄປໃນທ້ອງບໍ່ພໍອຶດໃຈ ພະຍາກໍຂາດໃຈຕາຍ ທັນທີ, ເມຍຂອງພະຍາພ້ອມດ້ວຍສາວສະໝົມ ກົມມະວັງພາກັນໄຫ້ພົດຂື້ນ, ເມຍຊຽງໝ້ຽງ ໄດ້ຍິນສຽງໄຫ້ ຈາກ ໂຮງຫລວງ ກໍຈິ່ງຄ່ອຍໄຫ້ນຳຊຽງໝ້ຽງຜູ້ເປັນຜົວ

This Article Is Presented By : ร้านขนม ดาวเรือง ช่อง เม็ก@http://www.atchongmek.blogspot.com



ไม่มีความคิดเห็น: