วันพฤหัสบดีที่ 29 พฤศจิกายน พ.ศ. 2550

นิทานพื้นบ้านลาว:เชียงเมี่ยงหลอกเชียงยานดมตด

เชียงเมี่ยงหลอกเชียงยานดมตด

      กล่าวถึงท้าวเชียง ยานซึ่งเป็นลูกของเจ้าพระยาเมืองหนึ่งอยู่ชายเเดนของเมือง ทวาราวดี เมืองเเห่งนี้ตั้งอยู่ริมเเม่น้ำใหญ่สายหนึ่ง ตามคำล่ำลือเขา ว่ากันว่าเรื่องสติปัญญาไหวพริบไม่มีใครสู้เชียงยานได้ ท้าวเชียงยานคิด ว่าในโลกนี้ตัวเองไม่เป็นสองลองจากใครอีกจะชนะตัวเองได้ก็คงมี เเต่พระอินทร์กับพระพรหมที่อยู่บนฟ้าโน่นที่ชนะตัวเองได้ อย่าง ไรก็ตามเชียงยานได้ยินเขาพูดกันว่า มีท้าวเชียงเมี่ยงอยู่เมืองทวาราวดีเป็น ผู้มีสติปัญญาไหวพริบดี พอเชียงยานได้ยินเเบบนั้นก็เกิดความไม่พอใจที่ จะมีคนมาเก่งกว่าตัวเองเเต่เชียงยานก็อวดตัวเองว่าเรื่องสติปัญญา ไหวพริบเชียงเมี่ยงสู้ตัวเองไม่ได้โดยเด็ดขาด ดังนั้นเชียงยานจึง อยากลองทดสอบสติปัญญาไหวพริบของเชียงเมี่ยงดูว่าเก่งสมคำล่ำลือ หรือไม่ เชียงยานจึงได้ตดใส่กระบอกไม้ไผ่หลายๆครั้งเเล้วก็เอาผ้าผูกไว้ กันไม่ให้กลิ่นตดหนีออกมาจากกระบอกไม้ไผ่ จากนั้นก็พายกระบอกไม้ ไผ่ที่บรรจุกลิ่นตดตัวเองออกเดินทางไปยังเมืองทวาราวดีเพื่อหาตัวเชียง เมี่ยง พอไปถึงเมืองทวาราวดีก็เลาะถามหาเชียงเมี่ยงตามบ้านเรือนต่างๆ เผอิญเชียงยานเลาะถามไปจนถึงบ้านของเชียงเมี่ยง(เชียงยานไม่รู้จักหน้า ตาเชียงเมี่ยงว่าเป็นอย่างไรมาก่อน)เเละก็ได้พบกับตัวเชียงเมี่ยงเองเเต่ เชียงยานไม่รู้จักหน้าตาเชียงเมี่ยงมาก่อน เมื่อเชียงยานพบเชียงเมี่ยงจึง ถามเชียงเมี่ยงว่า"เจ้ารู้จักบ้านของเชียงเมี่ยงบ่ อยู่ทางไหนบอกหน่อยเด" เชียงเมี่ยงจึงถามกลับไปว่า"เจ้ามีธุระอะไรกับเชียงเมี่ยงหรอถึงมาตามหา บ้านของมัน" เชียงยานจึงตอบไปว่า"ได้ยินคนเขาล่ำลือว่ามันมีสติปัญญา ไหวพริบดี ข้อยจะหลอกให้มันดมตดในกระบอกไม้ไผ่อันนี้ สติปัญญา ไหวพริบมันจะได้ลดน้อยถอยลง" ฝ่ายเชียงเมี่ยงจึงตอบเชียงยานว่า"บ้าน ของเชียงเมี่ยงอยู่พุ้น"เชียงเมี่ยงถามเชียงยานเติมว่า"เจ้าพายกระบอกไม้ ไผ่มาจากบ้านเลาะหาบ้านเชียงเมี่ยงได้กี่วันเเล้ว"เชียงยานจึงตอบกลับไป ว่า"มาได้เเปดมื้อเเล้ว"เชียงเมี่ยงจึงทำท่าทำทางด้วยความเป็นห่วงพร้อม กับอุทานออกไปว่า"ปัทโธ ตั้งเเปดมื้อพุ้นหวา บ่เเม่นกลิ่นตดมันหายหมด เเล้วหรอ ลองไขดมดูซิว่ามันยังมีกลิ่นอยู่บ่ ถ้ามันหายหมดข้อยจะได้ตดใส่ เติมให้อีก เอาให้มันเหม็นหลายๆเลย ข้อยก็ซังมันคือกันบักเชียงเมี่ยง" เชียงยานได้ยินเเบบนั้นจึงเปิดกระบอกไม้ไผ่ออกมาดมทันทีเเล้วรีบปิด กระบอกไม้ไผ่กลับคืน ปรากฎว่ากลิ่นตดยังไม่หายไปจากกระบอกไม้ไผ่ เชียงเมี่ยงเห็นเเบบนั้นจึงด่าเชียงยานว่า"มึงเเม่นชั่วช้าเเท้บังอาจจะเอาตด มาให้กูดม ก็กูเองนี่เเหละบักเชียงเมี่ยงที่เขาล่ำลือกัน คนอย่างมึงหรอจะ มาหลอกกูได้"เมื่อเชียงยานได้ยินเเบบนั้นก็อยากจะมุดดินหนีเพราะความ อับอาย
เวอร์ชั่นภาษาลาว
ກ່າວເຖິງ ທ້າວຊຽງຍານ ເຊິ່ງເປັນລູກຂອງພະຍາເມືອງໜື່ງ ຢູ່ທາງຊາຍແດນ ຂອງເມືອງທະວາ- ລາວະດີ, ເມືອງແຫ່ງນີ້ ຕັ້ງຢູ່ແຄມແມ່ນ້ຳໃຫຍ່ສາຍໜື່ງ. ຕາມການເລົ່າລືກັນກໍວ່າຢູ່ເຂດເມືອງແຫ່ງນີ້ເລື່ອງ ຜະຫຍາປັນຍາແລ້ວ ຍົກໂປ້ໃຫ້ ທ້າວຊຽງຍານຄົນດຽວ, ຄຶດວ່າໃນໂລກນີ້ ຈະບໍ່ມີສອງອີກແລ້ວ. ເວັ້ນແຕ່ ພະຍາອິນ ພະພົມ ຢູ່ເທິງຟ້າພຸ້ນ ວ່າບໍ່ຊ່າງ ຊິເກັ່ງກວ່າທ້າວຊຽງຍານ. ແຕ່ຊຽງຍານເອງພັດໄດ້ຍິນເຂົາ ຊ່າລືກັນວ່າ ມີທ້າວຊຽງໝ້ຽງຢູ່ເມືອງທະວາລາວະດີ ເປັນຜູ້ມີຜະ ຫຍາປັນຍາລື່ນຄົນອື່ນທັງຄ້າຍ, ຊຽງຍານຮູ້ສຶກຄຽດແຄ້ນໃນໃຈ ທີ່ຮູ້ວ່າ ຊຽງໝ້ຽງ ມີຜະຫຍາປັນຍາເກັ່ງກ້າ ຈະເປັນຄູ່ແຂ່ງຂອງຕົນ, ແຕ່ຊຽງຍານ ກໍຍັງອວດໂຕເອງ ວ່າ ແນວໃດຜະຫຍາຊຽງໝ້ຽງ ກໍບໍ່ເທົ່າຕົນເດັດ ຂາດ, ຊຽງຍານຄຶດຢາກທົດລອງຜະຫຍາຊຽງໝ້ຽງ ຈະສົມເຂົາຊ່າເຂົາລືແທ້ບໍ ? ຊຽງຍານ ຈິ່ງພະຍາຍາມ ຕົດໃສ່ກະບັ້ງໄມ້ໄຜຫລາຍເທື່ອ ແລ້ວເອົາສະໂນອັດໄວ້ ບໍ່ໃຫ້ອາຍຕົດຜິ່ວອອກໄດ້. ເມື່ອຊຽງຍານຕົດໃສ່ບັ້ງ ໄດ້ຕາມຄວາມຕ້ອງການແລ້ວ ກໍພາຍກະບັ້ງຕົດ ອອກເດີນທາງ ມຸ່ງໜ້າ ເຂົ້າໄປໃນເມືືອງເພື່ອຊອກຫາຕົວຊຽງໝ້ຽງ, ຖ້າພໍ້ຕົວມັນຈະເອົາບັ້ງຕົດໃຫ້ມັນດົມມັນຊິເກັ່ງປານໃດ, ຊຽງ ຍານ ເດີນທາງບໍ່ພໍມື້ ກໍເຂົ້າຮອດຕົວເມືອງ; ຊຽງຍານພາຍບັ້ງຕົດ ເລາະລຽບຖາມໄປທຸກແຫ່ງ ຈິ່ງບັງເອີນ ເລາະໄປ ຖືກໂຕເຮືອນຂອງຊຽງໝ້ຽງ ແລະ ກໍໄດ້ພົບ ກະໂຕຊຽງໝ້ຽງເອງ, ແຕ່ວ່າ ຊຽງຍານພັດບໍ່ເຄີຍຮູ້ ຕົວຊຽງໝ້ຽງມາກ່ອນ; ເມື່ອໄປພໍ້ຊຽງຍານຈຶ່ງຖາມຊຽງໝ້ຽງວ່າ: ເຈົ້າຮູ້ຈັກເຮືອນຊຽງໝ້ຽງບໍ ? ຢູ່ທາງໃດ ບອກຂ້ອຍແດ່, ຊຽງໝ້ຽງ ຈຶ່ງທຳທ່າຖາມຄືນວ່າ: ເຈົ້າມີວຽກຫຍັງເດນໍ ກັບຊຽງໝ້ຽງ ຈິ່ງຄ່ອຍຊອກຫາ ເຮືອນຫາຊານຂອງມັນ ? ຊຽງຍານຕອບວ່າ: ໄດ້ຍິນຄົນເຂົາເລົ່າລືວ່າ ຊຽງໝ້ຽງມີຜະຫຍາ ຂ້ອຍຊິເອົາຕົດ ຢູ່ໃນກະບັ້ງນີ້ແຫຼະ ໄປໃຫ້ມັນດົມ ເພື່ອໃຫ້ຜະຫຍາມັນຕົກຜ່ອນ. ຝ່າຍຊຽງໝ້ຽງຈຶ່ງຕອບຊຽງຍານວ່າ: ເຮືອນຂອງ ຊຽງໝ້ຽງຢູ່ທາງພຸ້ນ ຊື່ມືຂ້ອຍນີ້ແຫຼະ, ຊຽງໝ້ຽງ ຖາມຊຽງຍານຕື່ມວ່າ: ເຈົ້າພາຍບັ້ງຕົດ ມາຈາກບ້ານ ເລາະຫາເຮືອນຊຽງໝ້ຽງນີ້ໄດ້ຈັກມື້ແລ້ວ ? ຊຽງຍານ ຕອບວ່າ: ໄດ້ແປດມື້ແລ້ວເດ. ຊຽງໝ້ຽງຈິ່ງທຳທ່າທ້ວງຂື້ນດ້ວຍຄວາມເປັນຫ່ວງວ່າ: ປະໂທ.!! ຕັ້ງແປດມື້ ພຸ້ນຫວາ ຄັນຊັ້ນກິ່ນຕົດຢູ່ໃນກະບັ້ງ ບໍ່ແມ່ນມັນເຫີຍໝົດແລ້ວບໍ ໄຂດົມລອງເບິ່ງດຸ ຖ້າມັນເຫີຍ ຂ້ອຍຊິຕົດ ໃສ່ຕື່ມ ເອົາໃຫ້ມັນເໝັນໆ ໃຫ້ຊຽງໝ້ຽງດົມຈົນມັນ ຕັກຫງາຍຫລັງພຸ້ນນ່າ ຂ້ອຍກໍເປັນຕາຊັງ ຄືກັນ ອັນ ບັກຊຽງໝ້ຽງນິ. ຊຽງຍານ ຮູ້ເທົ່າບໍ່ເຖິງການ ຈຶ່ງຟ້າວໄຂບັ້ງຕົດອອກມາສູດດົມທັນທີ ແລ້ວຟ້າວອັດໄວ້ຄືນ ປະກົດ ວ່າ ກິ່ນຕົດ ຍັງບໍ່ທັນເຫີຍຈາກບັ້ງ, ຊຽງໝ້ຽງເຫັນແນວນັ້ນ ຈິ່ງດ່າໜ້າຊຽງຽານວ່າ: ຈັ່ງແມ່ນມຶງ ຊົ່ວຊາດ ໝາແທ້ນໍ ອົດສາຕົດໃສ່ກະບັ້ງ ພາຍມາດົມເອົາເອງນໍ, ກະກູນີ້ແຫຼະ ຊຽງໝ້ຽງ ທີ່ເຂົາເລົ່າລືວ່າ ມີຜະຫຍາ ປັນຍາເລີດຄົນທັງຄ້າຍ ເປັນນ້ອງຂອງ ພະຍາເມືອງທະວາລາວະດີ ໃຫ້ມຶງຈື່ມຶງຈຳໄວ້ດີໆ ຜະຫຍາພໍປານ ມຶງນີ້ຫວາ ຊິມາສູ້ກູ, ເມື່ອຊຽງຍານໄດ້ຟັງ ພໍຢາກມຸດດິນແກ່ນໜີໄປ ເພາະຄວາມອັບອາຍຂາຍໜ້າ.

This Article Is Presented By : ร้านขนม ดาวเรือง ช่อง เม็ก@http://www.atchongmek.blogspot.com



ไม่มีความคิดเห็น: